ອາຊຽນ 10 ປະເທດສະມາຊິກ






       

ອາຊຽນ 10 ປະເທດ

       ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ເອີ້ນຫຍໍ້ໆວ່າ “ອາຊຽນ” (ASEAN: Association of South East Asian Nations) ເຊິ່ງເປັນອົງກອນຈັດຕັ້ງພາກພື້ນລະຫວ່າງລັດຖະບານທີ່ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ທີ່ບາງກອກ, ປະເທດໄທ ໂດຍມີ 5 ປະເທດສະມາຊິກກໍ່ຕັ້ງຄື: ອິນໂດເນຍເຊຍ, ມາເລເຊຍ, ຟິລິບປິນ,ສິງກາໂປ ແລະ ໄທ. ຫຼັງຈາກສົງຄາມອິນດູຈີນໄດ້ສິ້ນສຸດລົງໃນກາງຊຸມປີ 1970, ອາຊຽນໄດ້ມີນະໂຍບາຍຂະຫຍາຍສະມາຊິກຂອງຕົນ ເພື່ອຮັບເອົາປະເທດທີ່ມີທີ່ຕັ້ງທາງພູມສາດຢູ່ພາກພື້ນອາຊີຕາເວັນອອກຊ່ຽງໃຕ້ ໂດຍຮັບເອົາປະເທດ ບຣູໄນ ດາຣູຊາລາມ ເຂົ້າເປັນສະມາຊິກອາຊຽນໃນປີ 1984, ຫວຽດນາມ ໃນປີ 1995, ສປປ ລາວ ແລະ ມຽນມາໃນປີ 1997 ແລະ ກໍາປູເຈຍໃນປີ 1999. ເຊິ່ງໃນປັດຈຸບັນນີ້ອາຊຽນປະກອບມີ 10 ປະເທດສະມາຊິກທີ່ມີຄວາມແຕກຕ່າງກັນທາງດ້ານທີ່ຕັ້ງພູມມິປະເທດ ແລະ ລະບອບການເມືອງ, ແຕກຕ່າງກັນທາງດ້ານລະດັບການພັດທະນາເສດຖະກິດ, ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ພາສາ, ສາສະໜາ ແລະ ອື່ນໆອີກ.

       ອາຊຽນສ້າງຕັ້ງຂຶ້ນເພື່ອສົ່ງເສີມຄວາມຮ່ວມມືທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ສົ່ງເສີມສັນຕິພາບ ແລະ ຄວາມໝັ່ນຄົງຂອງພູມິພາກ, ສົ່ງເສີມຄວາມຮ່ວມມືລະຫວ່າງອາຊຽນກັບຕ່າງປະເທດ ແລະ ອົງກອນລະຫວ່າງປະເທດ.

      AEC (ASEAN Economic Community) ໝາຍເຖິງປະຊາຄົມເສດຖະກິດອາຊຽນມີຜົນເປັນຮູບປະທໍາໃນວັນທີ 31 ທັນວາ 2015. AEC ຄືການລວມຕົວກັນຂອງ 10 ປະເທດສະມາຊິກອາຊຽນໂດຍມີ ລາວ, ໄທ, ຫວຽດນາມ, ມຽນມາ, ມາເລເຊຍ, ສິງກາໂປ, ອິນໂດເນເຊຍ, ຟິລິບປິນ, ກໍາປູເຈຍ, ບຣູໄນ ເພື່ອທີ່ຈະໃຫ້ມີຜົນປະໂຫຍດທາງເສດຖະກິດຮ່ວມກັນ.


ທຸງອາຊຽນ-ທຸງທີ່ປະເທດອາຊຽນທັງໝົດຊ່ວຍກັນອອກແບບ

ອາຊຽນ 10 ປະເທດ

ກຸ່ມຊາດສະມາຊິກອາຊຽນທັງ 10 ປະເທດ ມີດັ່ງນີ້:

1.ປະເທດບຣູໄນ ດາຣູຊາລາມ(Brunei Bruei Darussalam)

       ປະເທດບຣູໄນເຂົ້າຮ່ວມເປັນສະມາຊິກອາຊຽນເປັນປະເທດທີ່ 6 ເມື່ອວັນທີ່ 8 ມັງກອນ 1984 ພາຍຫຼັງໄດ້ຮັບເອກກະລາດຈາກປະເທດອັງກິດ.

                                            

ຂໍ້ມູນທົ່ວໄປຂອງປະເທດບຣູໄນ.

  • ຊື່ພາສາລາວ: ບຣູໄນ ດາຣູຊາລາມ
  • ຊື່ພາສາອັງກິດ: Negara Brunei Darussalam
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ການປົກຄອງ : ສົມບູລະນາຍາສິດທິລາ
  • ເມືອງຫຼວງ: ບັນດາເສລີເບກາວັນ (Bandar ser Begawan)
  • ພາສາລາດສະການ: ພາສາມາເລ (Malay)
  • ນັບຖືສາສະໜາ: ອິສລາມ 67%, ພຸດ 13%, ຄຣິສ 10% ແລະ ອິນດູ10%
  • ສິນຄ້ານຳສົ່ງອອກສໍາຄັນ: ນໍ້າມັນດິບ ແລະ ກາສທຳມະຊາດ
  • ສະກຸນເງີນ: ໂດຣາ ບູໄນ (Brunei dollar, BND)
  • ວັນຊາດ: ວັນທີ 23 ກຸມພາ
  • ເນຶ້ອທີ່: 2,226 (5,765ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 415,717 ຄົນ
  • ພູມອາກາດ: ອຸ່ນຫະພູມສະເລ່ຍ 24 – 32 ອົງສາເຊ
  • Time Zone : UTC+8
  • GDP: 21,907 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ປະຊາກອນ: 50,440 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +673
  • ດອກໄມ້ປະຈຳຊາດແມ່ນ: ດອກຊິມປໍ
  • ສັດປະຈຳຊາດແມ່ນ: ເສືອໂຄ່ງ
  • ອາຫານປະຈຳຊາດ : ອໍາບູຍັດ
  • 2. ປະເທດກຳປູເຈຍ (Cambodia)

           ປະເທດກຳປູເຈຍເຂົ້າຮ່ວມເປັນສາມາຊິກກຸ່ມອາຊຽນເປັນລຳດັບສຸດທ້າຍຄື: ລຳດັບທີ່ 10 ທັ້ງໆທີ່ຢືນຄວາມຈຳນົງເຂົ້າມາພ້ອມກັບລາວ ແລະ ພະມາ (ລຳດັບທີ່ 8 ແລະ 9) ແຕ່ເນື່ອງຈາກຄວາມບໍ່ສະຫງົບພາຍໃນປະເທດ ຈື່ງຕ້ອງມີການເລື່ອນການພິຈາລະນາອອກໄປ ຈົນເມື່ອເຫດການສະງົບແລ້ວ ກຸ່ມອາຊຽນຈື່ງຮັບກຳປູເຈຍເຂົ້າເປັນສາມາຊິກຢ່າງເປັນທາງການເມື່ອວັນທີ່ 30 ເມສາ 1999.

                                                

    ຂໍ້ມູນທົ່ວໄປຂອງປະເທດກຳປູເຈຍ

  • ຊື່ພາສາລາວ: ລາຊາອານາຈັກກຳປູເຈຍ
  • ຊື່ພາສາອັງກິດ: kingdom Combodia
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ເມືອງຫຼວງ: ພະນົມເປັນ (Phnom Penh)
  • ການປົກຄອງ: ລະບອບປະຊາທີປະໄຕແບບລັດຖະສະພາໂດຍມີພະມາຫາກະສັດເປັນປະມຸກ
  • ພາສາລາດສະການ: ພາສາຂະເໝມ
  • ສາສະໜາ: ພຸດ 90% ສ່ວນສາດສະໜາອື່ນໆ 10%
  • ສິນຄ້ານຳສົ່ງອອກສໍາຄັນ: ຜະລິດຕະພັນປີຣໂຕລຽມ, ວັດຖຸກໍສ້າງ, ເຄື່ອງຈັກພະຫະນະ ແລະ ເຄື່ອງໃຊ້ໄຟຟ້າ.
  • ສິນຄ້ານຳສົ່ງອອກສໍາຄັນ: ເສຶ້ອຜ້າ, ຢາງພາລາ, ຢາສູບ ແລະ ເຂົ້າ.
  • ສະກຸນເງີນ: ຣຽວ (Riel,KHR)
  • ວັນຊາດ: ວັນທີ 9 ພະຈິກ
  • ເນຶ້ອທີ່: 69,898 ຕາລາງ (181,035 ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 15,205,539 ຄົນ
  • ພູມອາກາດ: ຮ້ອນຂື້ນມີລະດູຝົນຍາວດົນອຸ່ນຫະພູມສະເລ່ຍ 20-36 ອົງສາເຊTime Zone: UTC+7
  • GDP: 17,250 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ປະຊາກອນ: 1,108 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +855
  • ອາຫານປະຈຳຊາດ: ອາມັອກ
  • ດອກໄມ້ປະຈຳຊາດແມ່ນ: ດອກລຳດວນ
  • ອາຫານປະຈຳຊາດ :: ກຣູປີ ກະທິງ ຫຼື ງົວປ່າ
  • 3.ປະເທດອິນໂດເນເຊຍ (lndonesia)

           ປະເທດອິນໂດເນເຊຍຖືວ່າເປັນປະເທດຜູ້ຮ່ວມກໍ່ຕັ້ງອາຊຽນຮ່ວມກັບອີກ 4 ປະເທດຄື: ໄທ, ສິງກະໂປ, ມາເລເຊຍ ແລະ ພິລິບປິນ ໂດຍເຂົ້າຮ່ວມເປັນສາມາຊິກຕັ້ງແຕ່ເລິ່ມຕົ້ນ ເມື່ອວັນທີ່ 8 ສິງຫາ 1967 ພາຍຫຼັງການລົງນາມໃນປະຕິຍາກຸງເທບ.

                                                

    ຂໍ້ມູນທົ່ວໄປຂອງປະເທດອິນໂດເນເຊຍ

  • ຊື່ພາສາລາວ: ສາທາລະນະລັດອິນໂດເນເຊຍ
  • ຊື່ພາສາອັງກິດ: Republic of lndonesia
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ການປົກຄອງ: ລະບອບສາທາລະນະລັດແບບປະຊາທິປະໄຕ
  • ເມືອງຫຼວງ: ຈາກາຕ້າ (Jakarta)
  • ພາສາລາດຊະການ: ພາສາອິນໂດເນເຊຍ (lndonesia)
  • ສາສະໜາ: ອິດສລາມ 88%, ພຸດ 1% ຄຣິສ 8% ແລະ ອິນດູ2% ອື່ນໆ 1%
  • ສິນຄ້ານຳເຂົ້າສໍາຄັນ: ນໍ້າມັນ, ເຫຼັກ, ທໍ່ເຫຼັກ ແລະ ພະລິດຕະພັນເຫຼັກ
  • ສິນຄ້ານຳສົ່ງອອກສໍາຄັນ: ກາສທໍາມະຊາດ, ແຮ່ທາດ, ຖ່ານຫີນ ແລະ ພະລິດຕະພັນຈາກໄມ້
  • ສະກຸນເງີນ: ຣູເປຍ (Rupiah, IDR)
  • ວັນຊາດ: ວັນທີ 17 ສິງຫາ
  • ເນື້ອທີ່: 735,358 ຕາລາງ (1,904,569 ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 253,603,649 ຄົນ
  • ພູມອາກາດ: ມີອາກາດຮ້ອນຂື້ນແບບສູນສຸດປະກອບດ້ວຍ 2 ລະດູຄື ລະດູແລ້ງ(ພຶດສະພາ – ຕຸລາ) ແລະ ລະດູຝົນ(ພະຈິກ – ເມສາ)ສະເລ່ຍ 26 – 33 ອົງສາເຊ
  • Time Zone: UTC+7 ເຖິງ +9
  • GDP: 2.388 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ປະຊາກອນ: 9,559 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +62
  • ອາຫານປະຈຳຊາດ: ກາໂດ ກາໂດ
  • ດອກໄມ້ປະຈຳຊາດແມ່ນ: ດອກກ້ວຍໄມ້
  • ສັດປະຈຳຊາດແມ່ນ: ມັງກອນໂຄໂມໂດ
  • 4.ປະເທດລາວ (Laos, PDR)

           ປະເທດ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງອາຊຽນເປັນລຳດັບທີ່ 8 ເມື່ອວັນທີ່ 23 ກໍລະກົດ 1997 ໂດຍເຂົ້າເປັນປະເທດອາຊຽນພ້ອມກັບມຽນມາ ລາວນັບໄດ້ວ່າເປັນປະເທດໃນກຸ່ມອາຊຽນປະເທດ ດຽວທີ່ບໍ່ມີທາງອອກທະເລ ແຕ່ເປັນປະເທດທີ່ມີຊັບພະຍາກອນທຳມະຊາດຫຼາກຫຼາຍ ແລະ ໃຊ້ແມ່ນ້ຳຂອງ ເປັນເສັ້ນທາງຫຼັກໃນການຄົມມະນາຄົມຂົນສົ່ງ ແລະ ສໍາຫຼັບການສ້າງເຂື່ອນເພຶ່ອຜະລິດກະແສໄຟຟ້າເພຶ່ອ ໃຊ້ໃນປະເທດ ແລະ ສົ່ງຂາຍໃຫ້ກັບປະເທດເພຶ່ອນບ້ານ.

                                                

    ຂໍ້ມູນທົ່ວໄປຂອງປະເທດລາວ

  • ຊື່ພາສາລາວ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
  • ຊື່ພາສາອັງກິດ: Lao People’s Democratic Republic
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ການປົກຄອງ: ລະບອບສັງຄົມນິຍົມ ມີພັກກອມມູນິດເປັນຜູ້ບໍລິຫານສູງສຸດ.
  • ເມື່ອງຫຼວງ: ນະຄອນຫຼວງວຽງຈັນ (Vientiane)
  • ພາສາລາດຊະການ: ພາສາລາວ (Lao)
  • ສາສະໜາ: ປະຊາຊົນລາວປະມານ 75% ນັບຖືສາສະໜາພຸດ, 16,5% ນັບຖືສາສະໜາຜີ ແລະ 8,5% ນັບຖືສາສະໜາອື່ນໆ
  • ສິນຄ້ານຳເຂົ້າສໍາຄັນ: ພາຫະນະ ແລະ ອາໄຫຼ່, ເຄື່ອງໄຟຟ້າ ແລະ ເຄື່ອງອຸປະໂພກບໍລິໂພກ.
  • ສິນຄ້ານຳສົ່ງອອກສໍາຄັນ: ໄມ້, ຜະລິດຕະພັນໄມ້,ຄໍາ,ທອງແດງ,ຖ່ານຫີນ ແລະ ກະແສໄຟຟ້າ.
  • ສະກຸນເງີນ: ກີບ (Kip,LAK)
  • ວັນຊາດ: ວັນທີ 2 ທັນວາ.
  • ເນື້ອທີ່: 91,429 ຕາລາງ (236,800 ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 6,695,166 ຄົນ
  • ພູມອາກາດ: ອຸ່ນຫະພູມສະເລ່ຍ 29 – 32 ອົງສາເຊ
  • Time Zone: UTC+7
  • GDP: 20,780 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ຫົວປະຊາຊົນ: 3,100 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +856
  • ອາຫານປະຈໍາຊາດ: ສະຫຼັດຫຼວງພະບາງ.
  • ດອກໄມ້ປະຈຳຊາດແມ່ນ: ດອກຈຳປາ.
  • ສັດປະຈຳຊາດແມ່ນ: ຊ້າງ.
  • 5.ປະເທດມາເລເຊຍ (Malaysia)

           ປະເທດມາເລເຊຍເປັນສະມາຊິກຜູ້ຮ່ວມກໍ່ຕັ້ງກຸ່ມອາຊຽນ ເມື່ອທີ່ 8 ສິງຫາ 1967.

                                                

    ຂໍ້ມູນທົ່ວໄປຂອງປະເທດມາເລເຊຍ.

  • ຊື່ພາສາລາວ: ມາເລເຊຍ
  • ຊື່ພາສາອັງກິດ: Malaysia
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ການປົກຄອງ: ລະບອບປະຊາທີປະໄຕ
  • ເມືອງຫຼວງ: ກົວລາລໍາເປີ (Kuala Lumpur,KL)
  • ພາສາລາດຊະການ: ພາສາມາເລ (Malaysian Malay)
  • ສາສະໜາ: ອິດສະລາມ 60%, ພຸດ 19% ຄຣິສ 12%, ອື່ນໆ 9%
  • ສິນຄ້ານຳເຂົ້າສໍາຄັນ: ອຸປະກອນໄຟຟ້າ, ເອເລັກໂທຼນິກ,ເຄື່ອງຈັກອຸສາຫະກໍາ, ສິນຄ້າແປຮູບ.
  • ສິນຄ້ານຳສົ່ງອອກສໍາຄັນ: ອຸປະກອນໄຟຟ້າ,ເອເລັກໂທນິກ,ນໍ້າມັນດິບ,ກາສທໍາມະຊາດ,ປີໂຕລຽມ,ເຟີນິເຈີ,ຢາງ ແລະນໍ້າມັນປາ
  • ວັນຊາດ: ວັນທີ 31 ສິງຫາ.
  • ສະກຸນເງີນ: ຣິງກິດ (Ringgit, MYR)
  • ເນື້ອທີ່: 127,355 ຕາລາງ (329,847 ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 30,000,000 ຄົນ
  • ພູມອາກາດ: ຮ້ອນອຸ່ນຫະພູມສະເລ່ຍ 22 – 36 ອົງສາເຊ
  • Time Zone: UTC+8
  • GDP: 555,912 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ຫົວປະຊາກອນ: 18,509 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +60
  • ອາຫານປະຈໍາຊາດ: ນາຊິລີມັກ.
  • ດອກໄມ້ປະຈຳຊາດແມ່ນ:ດອກຜູ່ລະຫົງ.
  • ສັດປະຈຳຊາດແມ່ນ: ເສືອມາລາຍູ.
  • 6. ປະເທດມຽນມາ (Myanmar)

           ປະເທດມຽນມາເຂົ້າຮ່ວມເປັນສະມາຊິກຂອງອາຊຽນເປັນລຳດັບທີ່ 9 ເມື່ອວັນທີ່ 23 ກໍລະກົດ 1997 (ວັນດຽວກັບປະເທດລາວ).

                                                

    ຂໍ້ມູນທົ່ວໄປຂອງປະເທດມຽນມາ.

  • ຊື່ພາສາລາວ: ສາທາລະນະລັດແຫ່ງສະຫະພາບມຽນມາ
  • ຊື່ພາສາອັງກິດ: Republic of the Union of Myanmar
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ການປົກຄອງ: ລະບອບປະຊາທີປະໄຕແບບລັດຖະສະພາ ມີປະທານາທີບໍດີເປັນປະມຸກ.
  • ເມືອງຫຼວງ: ເນປີດໍ (Naypyidaw)
  • ພາສາລາດຊະການ: ພາສາມຽນມາ (Burmese)
  • ສາສະໜາ: ອິດສະລາມ 3,8%, ພຸດ 90% ຄຣິສ 5% ອິນດູ 0,05%
  • ສິນຄ້ານຳເຂົ້າສໍາຄັນ: ອຸປະກອນໄຟຟ້າ, ເອເລັກໂທນິກ, ເຄື່ອງຈັກອຸດສາຫະກໍາ,ສິນຄ້າແປຮູບ ແລະ ສິນຄ້າອາຫານ.
  • ສິນຄ້ານຳສົ່ງອອກສໍາຄັນ: ກາສທໍາມະຊາດ, ການທິເໜ.
  • ວັນຊາດ: ວັນທີ 4 ມັງກອນ
  • ສະກຸນເງີນ: ຈ໊າດ (Kyat,MMk)
  • ເນື້ອທີ່: 261,227 ຕາລາງ (676,578 ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 51,419,420 ຄົນ
  • ພູມອາກາດ: ສະເລ່ຍ 21 – 32 ອົງສາເຊ
  • Time Zone: UTC+6:30
  • GDP: 111,120 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ຫົວປະຊາກອນ: 1,711 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +95
  • ອາຫານປະຈຳຊາດ: ຫລ່າເພັດ
  • ດອກໄມ້ປະຈຳຊາດແມ່ນ:ດອກປະດູ່
  • ສັດປະຈຳຊາດແມ່ນ: ເສືອໂຄ່ງອິນໂດຈີນ
  • 7. ປະເທດຟິີລິບປິນ (Philippines)

           ປະເທດຟິລິບປິນກໍເປັນອີກໜື່ງສະມາຊິກຜູ້ຮ່ວມກໍ່ຕັ້ງກຸ່ມອາຊຽນ ເມື່ອວັນທີ່ 8 ສິງຫາ 1967.

                                                

    ຂໍ້ມູນທົ່ວໄປຂອງປະເທດຟິລິບປິນ

  • ຊື່ພາສາລາວ: ສາທາລະນະລັດຟິລິບປິນ
  • ຊື່ພາສາອັງກິດ: Republic of the Philippines
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ການປົກຄອງ: ປະຊາທິປະໄຕແບບປະທານາທິບໍດີເປັນປະມຸກແລະຫົວຫໜ້າຝ່າຍບໍລິຫານ
  • ເມືອງຫຼວງ: ມະນີລາ (Manila)
  • ພາສາລາດຊະການ: ພາສາກາລ໊ອກ ແລະ ພາສາອັງກິດ (Filipino/English)
  • ສາສະໜາ: ອິດສະລາມ 5% ໂຮມັນກາໂຕລິກ 8,3% ໂປຼເຕສແຕນ 9% ອື່ນໆ3%
  • ສິນຄ້ານຳເຂົ້າສໍາຄັນ: ເຄື່ອງເອເລັກໂທນິກ, ນໍ້າມັນເຊື້ອໄຟ,ເຄື່ອງຈັກລົດ,ເຫຼັກຍານພາຫະນະ ແລະ ປຼາສຕິກ.
  • ສິນຄ້ານຳສົ່ງອອກສໍາຄັນ: ເຄື່ອງເອເລັກໂທນິກ, ເຄື່ອງຈັກລົດ,ເສື້ອຜ້າສໍາເລັດຮູບ ແລະ ເຄື່ອງຍານພາຫະນະ
  • ວັນຊາດ: ວັນທີ 12 ມີຖຸນາ
  • ສະກຸນເງີນ: ເປໂຊ (Peso,PHP)
  • ເນື້ອທີ່: 115,120 ຕາລາງ (298,852 ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 92,337,852 ຄົນ
  • ພູມອາກາດ: ສະເລ່ຍ 17 – 40 ອົງສາເຊ
  • Time Zone: UTC+8
  • GDP: 456,418 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ຫົວປະຊາກອນ: 4,682 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +63
  • ອາຫານປະຈໍາຊາດ: ອະໂດໂບ້
  • ດອກໄມ້ປະຈຳຊາດແມ່ນ: ດອກພຸດແກ້ວ
  • ສັດປະຈຳຊາດແມ່ນ: ຄວາຍ
  • 8. ປະເທດສິງກະໂປ (Singapore)

           ປະເທດສິງກະໂປ ເຂົ້າຮ່ວມເປັນສະມະຊິກອາຊຽນໃນຖານະຜູ້ຮ່ວມກໍ່ຕັ້ງກຸ່ມອາຊຽນ ເມື່ອວັນທີ່ 8 ສິງຫາ 1967.

                                                

    ຂໍ້ມູນທົ່ວໄປຂອງປະເທດສິງກະໂປ

  • ຊື່ພາສາລາວ: ສາທາລະນະລັດສິງກະໂປ
  • ຊື່ພາສາອັງກິດ: Republic of Singapore
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ເມືອງຫຼວງ: ສິງກະໂປ (Singapore)
  • ພາສາລາດຊະການ: ພາສາອັງກິດ ແລະ ພາສາຈີນກາງ (English /Mandarin)
  • ສາສະໜາ: ອິດສະລາມ 14,9% ຄິຣດ14,6% ພຸດ42,6% ອິນດູ4% ບໍ່ນັບຖືສາສະໜາ 24%
  • ສິນຄ້ານຳເຂົ້າສໍາຄັນ: ເຄື່ອງຈັກລົດ, ສິ່ງຂອງອຸປະກອນໄຟຟ້ານໍ້າມັນດິບ, ຜະລິດຕະພັນອາຫານ
  • ສິນຄ້ານຳສົ່ງອອກສໍາຄັນ: ເຄື່ອງຈັກລົດ, ເຄື່ອງໃຊ້ໄຟຟ້າ ແລະ ເສື້ອຜ້າ,
  • ວັນຊາດ: ວັນທີ 9 ສິງຫາ
  • ສະກຸນເງີນ: ໂດຣາສິງກະໂປ (Singapore Dollar, SGD)
  • ເນື້ອທີ່: 276 ຕາລາງ (716 ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 5,399,200 ຄົນ
  • ການປົກຄອງ: ສາທາລະນະລັດ (ປະຊາທິປະໄຕແບບລັດສະພາມີຖະສະພາດຽວ) ໂດຍມີປະທານາທິບດີເປັນປະມຸກແລະນາຍົກລັດມົນຕີເປັນຫົວຫນ້າຝ່າຍບໍລິຫານ
  • ພູມອາກາດ: ອຸ່ນຫະພູມສະເລ່ຍ 19,4 – 35,8 ອົງສາເຊ
  • Time Zone: UTC+8
  • GDP: 348,700 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ຫົວປະຊາກອນ: 64,584 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +65
  • ອາຫານປະຈໍາຊາດ: ລັກຊາ
  • ດອກໄມ້ປະຈຳຊາດແມ່ນ: ດອກກ້ວຍໄມ້ແວນດາ
  • ສັດປະຈຳຊາດແມ່ນ: ສິງ
  • 9.ປະເທດໄທ (Thailand)

           ປະເທດໄທ ນອກຈາກຈະເປັນສະມາຊິກອາຊຽນ 5 ຊາດ ແລະ ເປັນຜູ້ຮ່ວມກໍ່ຕັ້ງອາຊຽນແລ້ວ ຍັງເປັນເຈົ້າພາບໃນການລົງນາມເພຶ່ອສ້າງຂໍ້ຕົກລົງໃນການສ້າງກຸ່ມອາຊຽນຂື້ນມາດ້ວຍ ໂດຍການລົງນາມນິ້ເອິ້ນວ່າ: ປະຕິຍາກຸງເທບ (Bangkok Declaration) ເຊິ່ງລົງນາມກັນເມື່ອວັນທີ່ 8 ສິງຫາ 1967 ທີ່ພະລາຊະວັງສະລາບູມ ໂດຍລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະມາຊິກກໍ່ຕັ້ງ 5 ປະເທດ ດັ່ງນັ້ນຈື່ງສາມາດໄດ້ວ່າກຸງເທບຄື: ບ້ານເກີດຂອງອາຊຽນ.

                                                

    ຂໍ້ມູນທົ່ວໄປຂອງປະເທດໄທ.

  • ຊື່ພາສາລາວ: ລາຊາອານາຈັກໄທ
  • ຊື່ພາສາອັງກິດ: The Kingdom of Thailand
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ການປົກຄອງ: ລະບອບປະຊາທີປະໄຕແບບລັດຖະສະພາ
  • ເມືອງຫຼວງ: ກຸງເທບມະຫານະຄອນ (BangKok)
  • ພາສາລາດຊະການ: ໄທ (Thai)
  • ສາສະໜາ: ອິສລາມ 4,6% ຄິຣດ0,7% ພຸດ94,6% ອື່ນໆ0,1%
  • ສິນຄ້ານຳເຂົ້າສໍາຄັນ: ນໍ້າມັນດິບ,ເຄື່ອງຈັກລົດ ແລະ ສ່ວນປະກອບເຄື່ອງຈັກໄຟຟ້າ,ອຸປະກອບເຄມີ ແລະ ແຮ່ທາດໂລຫະອື່ນໆ.
  • ສິນຄ້ານຳສົ່ງອອກສໍາຄັນ: ປະກອບເຄື່ອງຄອມພິວເຕີ, ອຸປະກອນລົດຍົນ, ອຸປະກອບແຜງວົງຈອນໄຟຟ້າ, ຢາງພາຣາ, ປາຣາສຕິກ,
  • ວັນຊາດ: ວັນທີ 5 ທັນວາ
  • ສະກຸນເງີນ: ບາດ (Thai Baht, THB)
  • ເນື້ອທີ່: 198,115 ຕາລາງ (513,115 ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 64,785,909 ຄົນ
  • ພູມອາກາດ: ເປັນເຂດຮ້ອນມີ 2 ລະດູຄື: ລະດູຮ້ອນ ແລະ ລະດູຝົນອຸ່ນຫະພູມສະເລ່ຍ 19 – 38 ອົງສາເຊ
  • Time Zone: UTC+7
  • GDP: 673,725 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ຫົວປະຊາກອນ: 9,874 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +66
  • ອາຫານປະຈໍາຊາດ: ຕົ້ມຍໍາກຸ້ງ
  • ດອກໄມ້ປະຈຳຊາດແມ່ນ: ດອກຄູນ
  • ສັດປະຈຳຊາດແມ່ນ: ຊ້າງ
  • 10. ປະເທດຫວຽດນາມ (Vietnam)

           ປະເທດຫວຽດນາມເຂົ້າຮ່ວມເປັນສະມາຊິກອາຊຽນເປັນລຳດັບທີ່ 7 ເມື່ອວັນທີ່ 28 ກໍລະກົດ 1995.

                                                

    ຂໍ້ມູນທົ່ວໄປຂອງປະເທດຫວຽດນາມ.

  • ຊື່ພາສາລາວ: ສາທາລະນະລັດສັງຄົມນິຍົມຫວຽດນາມ
  • ຊື່ພາສາອັງກິດ: Socialist Republic of Vietnam
  • ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
  • ການປົກຄອງ: ລະບອບສັງຄົມນິຍົມ
  • ມີພັກກອມມູນິດເປັນຜູ້ປົກຄອງສູງສຸດ
  • ເມືອງຫຼວງ: ຮ່າໂນ້ຍ (Ha Noi)
  • ພາສາລາດຊະການ: ພາສາຫວຽດນາມ (Vietnamese)
  • ສາສະໜາ: ພຸດ(ມະທາຍານ) 70 ຂອງຈໍານວນປະຊາກອນ 100 ແລະ 15 ນັບຖືສາສະໜາຄິຣສທີ່ເຫຼືອນັບຖືລັດທີ່ຂົງຈື່ມຸດສລິມ
  • ສິນຄ້ານຳເຂົ້າສໍາຄັນ: ວັດຖຸດິບ,ວັດສະດຸສິງຂອງເຄື່ອງໜັງ,ເຄື່ອງຈັກ, ພະລິດຕະພັນປີໂຕລຽມ
  • ສິນຄ້ານຳສົ່ງອອກສໍາຄັນ:ວັດຖຸດິບ, ເສື້ອຜ້າ ແລະ ສິ່ງຂອງອາຫານທະເລ,ຢາງພາຣາ, ເຂົ້າ, ກາເຟ ແລະ ລອງເທົ້າ.
  • ວັນຊາດ: ວັນທີ 2 ກັນຍາ.
  • ສະກຸນເງີນ: ດົ່ງ (Dong, VND)
  • ເນື້ອທີ່: 128,565 ຕາລາງ (331,210 ຕາລາງກິໂລແມັດ)
  • ຈຳນວນປະຊາກອນ: 89,693,000 ຄົນ
  • ພູມອາກາດ: ເປັນປະເທດມໍລະສຸ່ມຮ້ອນທີມີອຸ່ນຫະພູມສະເລ່ຍຕັ້ງແຕ່ 5 – 37 ອົງສາເຊ
  • Time Zone: UTC+7
  • GDP: 358,889 ລ້ານໂດຮາສະຫະລັດ
  • ລາຍໄດ້ຕໍ່ຫົວປະຊາກອນ: 4,001 ໂດຮາສະຫະລັດຕໍ່ປີ
  • ລະຫັດໂທລະສັບ (IDC): +84
  • ອາຫານປະຈໍາຊາດ: ແຫນມຫວຽດນາມ .
  • ດອກໄມ້ປະຈຳຊາດແມ່ນ: ດອກບົວ
  • ສັດປະຈຳຊາດແມ່ນ: ຄວາຍ
  • ຂໍຂອບໃຈ ຂໍ້ມູນຈາກ Web Site:http://www.เกร็ดความรู้.net